วันพุธที่ 26 มิถุนายน พ.ศ. 2556

ສິ່ງທີ່ຢັ້ງຢືນວ່າ

*    ລະຫວ່າງວັດຖຸກັບຈິດໃຈ ອັນໃດມີກ່ອນ ແລະ ອັນໃດເປັນອັນຕັດສິນ?
*    ຄົນເຮົາສາມາດຮັບຮູ້ໂລກໄດ້ບໍ?

ໃນແຕ່ລະດ້ານກໍ່ມີຫລາຍທັດສະນະແຕກຕ່າງກັນ.
*    ລັດທິວັດຖຸນິຍົມ
ວັດຖຸເກີດກ່ອນຈິດໃຈແຕ່ຢ່າໃຫ້ວັດຖຸຄອກນຳຈິດໃຈ


Ø       ລັດທິວັດຖຸນິຍົມຢັ້ງຢືນວ່າ:ວັດຖຸແມ່ນເກີດກ່ອນຈິດໃຈ,ໂລກນີ້ແມ່ນວັດຖຸທີ່ຄົງຕົວຢ່າງພາວະວິໄສບໍ່ຂື້ນກັບຈິດໃຈ,ຄົນເຮົາແມ່ນພາກສ່ວນໜຶ່ງຂອງໂລກທຳມະຊາດ,ຈິດໃຈຂອງຄົນເຮົາແມ່ນຜະລິດຕະພັນໜຶ່ງ ທີ່ມີການຕັດສິນໃຈສູງນັ້ນແມ່ນມັນສະໜອງຂອງມະນຸດ.
Ø       ໂດຍອີງໃສ່ຂໍ້ມູນເອກະສານທາງດ້ານວິທະຍາສາດເຊັ່ນ:ວິຊາພູມສາດ,ປະຫັວດສາດ,ຊີວະສາດໄດ້ຢັ້ງຢືນວ່າ:
4-5 ຕື້ປີ(4000-5000 ລ້ານປີ) ແຕ່ຄົນເຮົາກຳເນີດຂື້ນມາພຽງແຕ່ປະມານລ້ານປີເທົ່ານັ້ນ. ເມື່ອກ່ອນຄົນຈຶ່ງມີປະກົດການ ທາງດ້ານຈິດໃຈ,ສະນັ້ນເປັນອັນຈະແຈ້ງວ່າ: ວັດຖຸມີກ່ອນຈິດໃຈ ແລະ ຕັດສິນຈິດໃຈ.
v       ການກໍາເນີດທາງດ້ານຈິດໃຈໄດ້ຮັບຮ້ອງດ້ວຍວິຊາຊີວະສາດ ໂດຍການທົດລອງຂອງທ່ານປາບລົບ(ນັກປາບຄົນລັດເຊຍ) ຈິດໃຈແມ່ນຜະລິດຕະພັນຂອງມັນສະໜອງ,ແມ່ນການຊ່ອງແສງໂລກພາວະວິໄສເຂົ້າໃນມັນສະໜອງຂອງຄົນ,ມັນສະໜອງຂອງຄົນເຮົາແມ່ນລະບົບປະສາດພິເສດຊຶ່ງລວມ 15ຕື້ຈຸລັງປະສາດມີແຕ່ຄົນເທົ່ານັ້ນຈິ່ງມີແນວຄິດຈິດໃຈ,ສ່ວນພືດ ແລະ ສັດບໍ່ມີແນວຄິດຈິດໃຈ.
v       ລັດທິຈິດນິຍົມ
ລັດທິຈິດນິຍົມຢັ້ງຢືນວ່າ:ຈິດໃຈເປັນສິ່ງທີ່ມີກ່ອນ,ຈິດໃຈຕັດສິນວັດຖຸ ແລະ ເປັນພື້ນຖານໃຫ້ການຄົງຕົວຂອງທຸກສິ່ງວັດຖຸ ແລະ ປະກົດການ,ໃນນັ້ນລັດທິຈິດນິຍົມພາວະວິໄສໃຫ້ທັດສະນະວ່າ:ມີຈິດໃຈເດັດຖານ ຫຼື ຈິດໃຈສົມບູນມີມາກ່ອນໂລກທຳມະຊາດ ແລະມະນຸດ,ຍ້ອນຈິດໃຈສົມບູນນີ້ຄົງຕົວຂະຫຍາຍຈຶ່ງສ້າງໂລກທຳມະຊາດ ແລະ ສ້າງມະນຸດຂື້ນຢູ່ບົນໜ້າໂລກນີ້, ສ່ວນຈິດໃຈນິຍົມອັດຕະວິໄສໃຫ້ທັດສະນະວ່າ: ຈິດໃຈຂອງຄົນເຮົາເປັນສິ່ງທີ່ມາກ່ອນບັນດາສິ່ງວັດຖຸປະກົດການທີ່ເຮົາຮູ້ແລະ ເຫັນໄດ້ນັ້ນພຽງແຕ່ແມ່ນການສັງລວມບັນດາຄວາມຮູ້ສຶກດ້ວຍອິນຊີຂອງຄົນເທົ່ານັ້ນ.
v       ຄົນເຮົາສາມາດຮັບຮູ້ໂລກໄດ້ ແລະ ບໍ່ພຽງແຕ່ຮັບຮູ້ໂລກຍັງສາມາດດັດສ້າງໂລກໄດ້. ມີແຕ່ປະກົດການໃດທີ່ບໍ່ທັນຄົ້ນພົບເທົ່ານັ້ນຈິ່ງບໍ່ທັນຮູ້,ແຕ່ຕໍ່ໜ້າກັບການຂະຫຍາຍຕົວຂອງວິທະຍາສາດນັ້ນຄົນເຮົາຈະສາມາດຮັບຮູ້ໄດ້ໃນອານາຄົດ.

ທ້າວ ອານຸຊາ ເດດໂຍທາ     bc11




ไม่มีความคิดเห็น:

แสดงความคิดเห็น