วันพุธที่ 26 มิถุนายน พ.ศ. 2556

ທ ສົມປອງ ເພຍເທບ ຫ້ອງ BC 1/1 ວຽກບ້ານບ ກ່ຽວກັບປະຫວັດຫຍໍ້

ທ ສົມປອງ ເພຍເທບ ຫ້ອງ BC 1/1 ວຽກບ້ານບ ກ່ຽວກັບປະຫວັດຫຍໍ້ 1/ ທ່ານ ກາກມາກ ( 1818-1883 ). ປະຫວັດການເຄື່ອນໄຫວ (ໂດຍຫຍໍ້). ທ່ານ ກາກມາກ ເກີດເມື່ອວັນທີ່ 5/5/1818 ທີ່ລັດປະຣຸດຊີ ( ຝັ່ງແມ່ນ້ຳໄຣ ) ໃນຄອບຄົວທີ່ມີຖານະມີວັດທະນາທຳດີພໍເປັນທະນາຍຄວາມ ( ນັກກົດໝາຍ ). ພາຍຫຼັງສຳເລັດການສຶກສາຊັ້ນມັດທະຍົມຕອນປາຍທີ່ ເມືອງຕຣີເຮີແລ້ວທ່ານກາກມາກກໍ່ໄດ້ເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ “ບອນ” ຕໍ່ມາກໍ່ໄດ້ຍ້າຍໄປຮຽນຕໍ່ ມະຫາວິທະຍາໄລ “ແບກແລງ” ໃນຂະແໜງກົດໝາຍ, ສ່ວນໃຫຍ່ທ່ານໄດ້ຄົ້ນຄ້ວາວິຊາປະຫວັດສາດ, ປັດສະຍາ, ວັນນະຄະນະດີ ແລະ ອື່ນໆ. ທ່ານ ກາກມາກມີຈຸດພິເສດແຕກຕ່າງກັບນັກຮຽນຄົນອື່ນໆ ໃນການເລືອກຮຽນວິຊາຊີບ,ມາກໄດ້ຄົ້ນຄິດແຕ່ເວລາຮຽນວ່າ:ຈະອຸທິດຊີວິດໃຫ້ແກ່ການຕໍ່ສູ້ເພື່ອຄວາມສຸກຂອງປະຊາຊົນຊາວຜູ້ອອກແຮງງານ ແລະ ຄວາມຍຸດຕິທຳ. ທ່ານເວົ້າວ່າ: ເລືອກເອົາວິຊາຊີບທີ່ຮັບໃຊ້ມະນຸດທີ່ສຸດ, ຄວາມຄິດ ແລະ ອາລົມຈິດດັ່ງກ່າວໄດ້ກາຍເປັນອຸດົມຄະຕິແຫ່ງການດຳລົງຊີວິດຂອງເພີ່ນຕະຫຼອດຊີວິດຄື: ການອອກແຮງງານດ້ານມັນສະ ໝອງເພື່ອສັງຄົມມະນຸດ. ປີ 1841 ທ່ານ ກາກມາກ ໄດ້ປ້ອງກັນວິທະຍານິພົນ ປະລິນຍາເອກ ໃນຫົວຂໍ້ທີ່ວ່າ: “ຄວາມແຕກຕ່າງລະຫວ່າງປັດຊະຍາຂອງທ່ານເດໂມກຮິດກັບປັດຊະຍາຂອງທ່ານ ເອປີກູ” ຫົວຂໍ້ດັ່ງກ່າວແມ່ນທ່ານເລືອກເອງ ແລະ ທັງໄດ້ຮັບຄະແນນດີເລີດ. ຫຼັງຈາກສຳເລັດການສຶກສາຢູ່ມະຫາວິທະຍາໄລແລ້ວ ທ່ານໄດ້ຍົກຍ້າຍມາຢູ່ເມືອງ ບອນ ໂດຍໄດ້ຮັບຕຳແໜ່ງສາສະດາຈານ. ເດືອນຕຸລາ ປີ 1842 ທ່ານ ກາກມາກໄດ້ເປັນບັນນາທິການຂອງທ່ານນັບມື້ນັບເດັ່ນຂຶ້ນ. ທ້າຍປີ 1843 ທ່ານ ກາກມາກ ໄດ້ເດີນທາງໄປປາຣີເພື່ອພີມຈຳໜ່າຍວາລະສານ “ຣາດີການ” (ວາລະສານລາຍປີຂອງຝຣັງ-ເຍຍລະມັນ ). ປີ 1844 ທ່ານອັງແກນໄດ້ເດີນທາງໄປ ປຣີ ເພື່ອພົບກັບທ່ານ ກາກມາກ ແລະ ໃນທີ່ສຸດ ທ່ານ ກາກມາກ-ອັງແກນ ກໍ່ໄດ້ເປັນເພື່ອນທີ່ໃກ້ສິດທີ່ສຸດ ແລະ ຮ່ວມອຸດົມການດຽວກັນ, ທັງສອງທ່ານໄດ້ຮ່ວມກັນຄົ້ນຄ້ວາສ້າງທິດສະດີວິທະຍາສາດ, ຍຸດທະສາດ, ຍຸໂທບາຍ ຂອງລັດທິສັງຄົມນິຍົມວິທະຍາສາດ, ປັດຊະຍາ ແລະ ເສດຖະສາດການເມືອງ. ປີ 1845 ທ່ານ ກາກມາກ ຖືກກົດດັນຈາກລັດທະບານເຍຍລະມັນໃຫ້ຍົກຍ້າຍຈາກປາຣີໄປຢູ່ບຣຸກແຊນ ( ປະເທດແບນຊິກ ). ປີ 1847 ທ່ານ ກາກມາກ-ທ່ານ ອັງແກນ ໄດ້ເຂົ້າເຄື່ອນໄຫວ ( ສະຫະພັນຄອມມູນິດ ) ແລະ ໄດ້ຖືກມອບໝາຍໃຫ້ຂຽນ ( ປະກາດຖະແຫຼງການຂອງພັກຄອມມູນິດ ).ໄດ້ຮຽກຮ້ອງໃຫ້ທ່ານກັບຄືນເຂົ້າສູ່ການເຄື່ອນໄຫວໃນພາກປະຕິບັດຕົວຈິງ. ວັນທີ່ 28.9.1864 ທ່ານ ກາກມາກ ແລະ ທ່ານ ຟ ອັງແກນ ໄດ້ສ້າງຕັ້ງສາກົນທີ່ 1ຂຶ້ນທີ່ລອນດອນ. ພາຍຫລັງຄອມມູນປາຣີຖືກປາລາໄຊລົງ ໃນວັນທີ່ 28.05/1871 ຫລັງຈາກນັ້ນກອງປະຊຸມໃຫຍ່ຂອງສາກົນທີ່ 1 ສະໄໝທີ່ 2 ໄດ້ສ້າງຕັ້ງຂຶ້ນ. ໃນນັ້ນທ່ານກາກມາກໄດ້ສະຫຼຸບໃຫ້ເຫັນບົດຮຽນແຫ່ງໄຊຊະນະ ແລະ ການປະລາໄຊຂອງຄອມຂອງຄອມມູນປາຣີ, ຈາກນັ້ນທ່ານ ກາກມາກ ໄດ້ຍົກ ຍ້າຍສຳນັກງານສາກົນທີ່ 1 ຈາກລອນດອນໄປຕັ້ງຢູ່ນິວຢອກໃນປີ 1872 ແລະ ສາກົນທີ່ 1 ກໍ່ໄດ້ສິ້ນສຸດບົດບາດປະຫວັດສາດຂອງຕົນ. ທ່ານ ກາກມາກ ໄດ້ກັບຄືນໄປລອນດອນ ປະເທດອັງກິດ ແລະ ຢູ່ທີ່ນັ້ນຈົນຮອດມືທີ່ທ່ານມໍລະນະກຳ ( ວັນທີ່ 17.3.1883 ) . 1.2 ຜົນງານການປະດິດແຕ່ງຂອງທ່ານ ກາກມາກ. ຕະຫລອດເວລາ 40 ກວ່າປີ ທ່ານກາກມາກ ໄດ້ທຸ່ມເທເຮື່ອແຮງ ແລະ ຈິດໃຈປັນຍາເຂົ້າໃນການຄົ້ນຄ້ວາທິດສະດີວິທະຍາສາດທາງດ້ານທຳມະຊາດ ແລະ ສັງຄົມຊິ່ງລວບລວມເອົາເຫດການຕົວຈິງ ແລະ ປະກົດການໃນຊີວິດສັງຄົມໃນນັ້ນມີທັງການວິເຄາະພິສູດຕຳນິວິຈານ, ການສັນນິຖານໄຕ່ຕອງ, ການສະຫຼຸບສັງລວມເອົາແນວຄິດທິດສະດີທີ່ກ້າວໜ້າຂອງສັງຄົມມະນຸດໄວ້ໂດຍສະເພາະແມ່ນການຕຳນິວິຈານ ແລະ ການສືບທອດເອົາຢ່າງມີການເລືອກເຟັ້ນຈາກປັດຊະຍາກະລາຊິກເຍຍລະມັນ, ເສດຖະສາດການເມືອງຂອງອັງກິດລັດທິສັງຄົມນິຍົມໄຟຝັນຂອງຝຣັງ ແລະ ການຄົ້ນຫຼັກມູນ, ກົດເກນ ແລະ ມາດຕະເກນໃໝ່ໆ ເຊັ່ນ: ການຄົ້ນພົບທິດສະດີວ່າດ້ວຍຮູບຖານເສດຖະກິດສັງຄົມ,ທິດສະດີມູນຄ່າສ່ວນເກີນ, ພາລະກຳປະຫວັດສາດຂອງຊົບຊັ້ນກຳມະກອນ ແລະ ອື່ນໆ ອີກ. 2/ ທ່ານ ຟ ອັງແກນ ( 1820-1895 ). ປະຫວັດສາດການເຄື່ອນໄຫວ. ທ່ານ ຟີຮິກ ອັງແກນ ເກີດເມື່ອວັນທີ່ 28.11.1820 ທີ່ເມືອງບາຣແມນ ປະເທດເຍຍລະມັນ, ທ່ານກຳເນີດໃນຄອບຄົວທີ່ມີຖານະດີ, ພໍ່ເປັນເຈົ້າຂອງໂຮງງານ, ໂດຍປະຕິບັດຕາມຈຸດປະສົງຂອງພໍ່ໃນປີ 1837 ( ອາຍຸໄດ້ 17 ປີ ) ທ່ານ ຟ ອັງແກນໄດ້ເຂົ້າຮຽນວິຊາການຄ້າ, ແຕ່ໃນເວລາຕົວ ຈິງທ່ານບໍ່ເອົາໃຈໃສ່ພໍເທົ່າໃດ, ເວລາສ່ວນຫຼາຍໃຊ້ເຂົ້າໃນການຄົ້ນຄ້ວາວິທະຍາສາດສັງຄົມເຊັ່ນ: ວັນນະຄະດີ, ພາສາຕ່າງປະເທດ, ປະຫວັດສາດ ແລະ ອື່ນໆ ເອົາໃຈໃສ່ຕິດຕາມການຂະຫຍາຍຕົວຂອງ ກະແສແນວຄິດອູໂຕປີ ( ລັດທິສັງຄົມນິຍົມໄຝຝັນ ) ທ່ານ ໄດ້ສະຫຼຸບວ່າ: ຈະມີແຕ່ລັດທິຄອມມູນິດ ເທົ່ານັ້ນຈະສາມາດແກ້ໄຂໄດ້ຢ່າງສົມບູນຕໍ່ກັບບັນຫາສັງຄົມທີ່ສຸກງອມແລ້ວ. ທ້າຍປີ 1842 ທ່ານ ຟ ອັງແກນໄດ້ເດີນທາງໄປເມືອງແມນແຊດເຕີປະເທດອັງກິດເພື່ອຝຶກງານກ່ຽວກັບວຽກງານການຄ້າທີ່ໂຮງງານຕ່ຳແຜນຊຶ່ງທີ່ພໍ່ເພີ່ນໄດ້ມີຫຸ່ນສ່ວນຢູ່ນຳ, ທ່ານໄດ້ຄົ້ນຄ້ວາຊີວິດທາງດ້ານການເມືອງ, ເສດຖະກິດ ແລະ ສະພາບການດຳລົງຊີວິດຂອງກຳມະກອນຢ່າງເລິກເຊິ່ງໃນເວລານັ້ນທ່ານໄດ້ຂຽນບົດຕຳນິວິຈານເສດຖະສາດການເມືອງ ແລະ ໄດ້ຂຽນປື້ມທີ່ມີຊື່ວ່າ: “ສະພາບຂອງຊົນຊັ້ນກຳມະກອນໃນປະເທດອັງກິດ” ທ່ານ ອັງແກນ ໄດ້ພົບກັບທ່ານ ກາກມາກຄັ້ງທຳອິດທີ່ນະຄອນຫຼວງປາຣີ, ມິດຕະພາບອັນດູດເດື່ມໃນການເຄື່ອນໄຫວປະຕິວັດຮ່ວມກັນໄດ້ເລີ່ມຕົ້ນ ແລະ ໄດ້ກາຍເປັນເພື່ອນຮ່ວມອຸດົມການດຽວກັນຢ່າງແທ້ຈິງ. • ປີ 1874 ທ່ານ ຟ ອັງແກນ ພ້ອມກັບທ່ານກາກມາກເຂົ້າຮ່ວມການເຄື່ອນໄຫວໃນສະ ຫະພັນພັກຄອມມູນິດ ແລະ ຮ່ວມຂຽນຖະແຫຼງການຂອງພັກຄອມມູນິດ. • ປີ 1864 ທ່ານ ຟ ອັງແກນພ້ອມກັບທ່ານກາກມາກສ້າງຕັ້ງສາກົນທີ່ 1 ທີ່ລອນດອນ. • ວັນທີ່ 14.7.1889 ສາກົນທີ່ 2 ໄດ້ສ້າງຕັ້ງຂຶ້ນທີ່ນະຄອນຫຼວງປາຣີ ທ່ານ ຟອັງແກນໄດ້ ກາຍເປັນຜູ້ນຳຂອງສາກົນທີ່ 2, ກອງປະຊຸມຄັ້ງທີ່ 2 ໄດ້ຕົກລົງເອົາວັນທີ່ 1.5.1889 ເປັນວັນໄຊຊະນະຂອງຊົນຊັ້ນກຳມະກອນ. 2.2 ຜົນງານປະດິດແຕ່ງ. ທ່ານ ຟ ອັງແກນ ມີຜົນງານອັນໃຫຍ່ຫຼວງທາງດ້ານວິທະຍາສາດ, ທ່ານໄດ້ຂຽນບົດນິພົນນ້ອຍ, ໃຫຍ່ຫລາຍບົດຮ່ວມກັບທ່ານ ກາກມາກ, ບົດນິພົນສະເພາະເພີ່ນເອງ ແລະ ບົດຄວາມ, ບົດສະຫຼຸບ, ຖະແຫຼງການຕ່າງໆ ໂດຍມີບາງບົດນິພົນທີ່ເປັນພື້ນຖານຄື: • ປີ 1873 ທ່ານ ອັງແກນ ໄດ້ຂຽນປື້ມຫົວໜຶ່ງຊື່າວ່າ: “ສັດຈະວິພາກທຳມະຊາດ” ໃນເນື້ອ ຕົ້ນຕໍແມ່ນເວົ້າເຖິງວິທະຍາສາດ. • ປີ 1877-1878 ທ່ານ ຟ ອັງແກນ ຂຽນປື້ມຊື່ວ່າ”ຕ້ານດຸຍລິງ” ເພື່ອຕ້ານກັບທິດສະດີ ດຸຍລິງ ທ່ານອັງແກນຕ້ອງໃຊ້ເວລາຄົ້ນຄ້ວາວິທະຍາສາດ ແລະ ຂຽນເຖິງ 8 ປີ ຈຶ່ງສາມາດພີມປື້ມສຳເລັດ, ປື້ມນິພົນເຫຼັ້ມນີ້ທ່ານໄດ້ຕ້ານຄືນກັບທິດສະດີດຸຍລິງໃນທຸກຂົງເຂດເຊັ່ນ: ປັດຊະຍາ, ເສດຖະ ສາດການເມືອງ ແລະ ສັງຄົມວິທະຍາສາດ. ປີ 1886 ທ່ານໄດ້ຂຽນປື້ມ: “ລຸດວິກເຟີແບັກ ແລະ ການອາວະສານຂອງປັດຊະຍາກກະລາຊິກເຍຍລະມັນ”. ເວົ້າລວມແລ້ວ ທ່ານ ຟ ອັງແກນແມ່ນນັກຮົບປະຕິບັດຜູ້ກ້າຫານ ມີຄວາມຮູ້ທາງດ້ານວິທະຍາ ສາດ, ທຳມະຊາດ, ສັງຄົມຢ່າງກ້ວາງຂວາງ ແລະ ເລິກເຊິ່ງ, ເພີ່ນໄດ້ອຸທິດຊີວິດ ແລະ ຈິດໃຈປັນຍາ ເພື່ອກໍ່ສ້າງທິດສະດີວິທະຍາສາດ ແລະ ເພື່ອພາລະກິດລວມຂອງຊົ້ນຊັ້ນກຳມະກອນໂດຍຢູ່ຄຽງຄູ່ ທ່ານກາກມາກ ໃນເມື່ອທ່ານກາກມາກ ມໍລະນະກຳແລ້ວ ທ່ານອັງແກນໄດ້ສືບຕໍ່ພາລະກິດຂອງທ່ານ ກາກມາກ ດ້ວຍຄວາມຈົງຮັກພັກດີ ແລະ ສຸດກົກສຸດປາຍ. ທ່ານວະລາດີເມຍ ອິລິດເລນິນ ( 1870-1924 ). ປະຫວັດການເຄື່ອນໄຫວ (ໂດຍຫຍໍ້ ). ທ່ານ ເລນິນ ເກີດເມື່ອວັນທີ່ 22 ເດືອນ 4 ປີ 1870 ທີ່ເມືອງ “ຊີມບຽກສະກີ” ປະຈຸບັນ ແມ່ນເມືອງ “ ອູລິອານົບ” ແຄມຝັ່ງຊ້າຍຂອງແມ່ນ້ຳໂວນກ້າ, ຕອນລຸ່ມຂອງເມືອງ “ກາຊານ”ພໍ່ແມ່ນເປັນປັນຍາຊົນທີ່ກ້າວໜ້າ. ປີ 1788 ໄດ້ເຂົ້າຮຽນຢູ່ທີ່ມະຫາວິທະຍາໄລ ກາຊານ ໃນຂະແໜງກົດໝາຍແຕ່ຍັງບໍ່ທັນຈົບພັດຖືກໄລ່ອອກຈາກໂຮງຮຽນໃນຂໍຫາວ່າ: ສົມຮູ້ຮ່ວມຄິດກັບໝູ່ນັກສຶກສາກໍ່ການປະຕິວັດ ທັງຖືກຈັບ ແລະ ເນລະເທດ. ປີ 1891 ໄດ້ເຂົ້າສອບເສັງວິຊາກົດໝາຍຢູ່ມະຫາວິທະຍາໄລ ເປເຕກບວກ ໄດ້ຢ່າງງ່າຍດາຍທັງໄດ້ຮັບໃບປະກາດກກຽດນິຍົມອັນດັບ 1. ປີ 1892 ເລນິນ ໄດ້ກໍ່ສ້າງສະໂມສອນ ນັກມາກຊິດໜ່ວຍທຳອິດຂຶ້ນທີ່ເມືອງຊາວາລາ, ຕໍ່ມາໄດ້ເຄື່ອນໄຫວປະຕິວັດຢູ່ເມືອງເປເຕກບວກ. ປີ 1895 ເລນິນ ໄດ້ເດີນທາງໄປຕ່າງປະເທດ ໂດຍໄດ້ຮັບພາລະຈາກຊາວມາກຊິດ ເປເຕກບວກໄປຕິດຕໍ່ພົວພັນກັບກຸ່ມ “ປົດປ່ອຍແຮງງານ” ແລະ ເພື່ອໄປສຶກສາເບິ່ງຂະບວນກຳມະກອນໃນເອີຣົບຕາເວັນຕົກ. ໃນລະດູຮ້ອນ ປີ 1896 ພວກເຈົ້າໜ້າທີ່ທາງການໄດ້ດຳເນີນການກວດລ້າງປາບປາມ “ສະ ຫະພັນຕໍ່ສູ້” ຢ່າງໜັກໜ່ວງທັງມີການຈັບກຸມຄຸມຂັງນັກປະຕິວັດຫລາຍຄົນ ໃນນັ້ນທ່ານເລນິນກໍ່ຖືກຈັບກຸມ ຖືກຄຸກຢູ່ເບເຕກບວກ 4 ເດືອນ ແລະ ກໍ່ຖືກເນລະເທດອອກຈາກກເຂດຊີເບຮີ ໃນວັນທີ່ 13.2.1897 ເປັນເວລາ 3 ປີ. ວັນທີ່ 29.1.1900 ທ່ານ ເລນິນ ໄດ້ພົ້ນອອກຈາກການເນລະເທດແລ້ວກັບຄືນໄປເປເຕກ ບວກເພື່ອສືບຕໍ່ການປະຕິວັດ. ວັນທີ່ 16.7.1900 ທ່ານໄດ້ເດີນທາງໄປເຍຍລະມັນ ແລະ ອາໄສຢູ່ຕ່າງປະເທດດົນກ່ວາ 10 ປີ, ເພີ່ນໄດ້ຕັດສິນໃຈໃສ່ຊື່ໜັງສືພີມປະຕິວັດສະບັບທຳອິດຂອງລັດເຊຍວ່າ: “ອິສກຣາ”(ໝັດໄຟ). ນັບແຕ່ເດືອນ 7.1900 ຈົນຮອດເດືອນ 4 ປີ 1917 ແມ່ນໄລຍະເວລາທີ່ທ່ານເລນິນດຳລົງຊີວິດ ແລະ ເຄື່ອນໄຫວຢູ່ຕ່າງປະເທດເພື່ອພາລະກິດປະຕິວັດຂອງຊົນຊັ້ນກຳມະກອນລັດເຊຍ ແລະ ກຳມະກອນແມ່ນໄລຍະແຫ່ງການຕໍ່ສູ້ ແລະ ນຳພາຂອງພັກສັງຄົມປະຊາທິປະໄຕກຳມະກອນລັດເຊຍ. ພາຍຫຼັງການປະຕິວັດປະຊາທິປະໄຕນາຍທຶນ ໃນເດືອນກຸມພາ 1917 ໄດ້ຮັບໄຊຊະນະ ແລະ ການສ້າງຕັ້ງລັດຖະບານຊົ່ວຄາວຂອງຊົນຊັ້ນນາຍທຶນໃນລັດເຊຍແລ້ວ, ທ່ານເລນິນ ກໍ່ໄດ້ກັບມາຫາປະເທດຊາດໃນ ວັນທີ່ 3.4.1917 ເພື່ອນຳພາການປະຕິວັດສັງຄົມນິຍົມເດືອນຕຸລາ 1917ດ້ວຍຕົນເອງ. ພາຍຫຼັງມະຫາປະຕິວັດສັງຄົມນິຍົມເດືອນຕຸລາ 1917 ທ່ານ ເລນິນ ໄດ້ນຳພາໃນການສ້າງຕັ້ງລັດຜະເດັດກຳມະຊີບ, ສ້າງຕັ້ງລະບອບຜະເດັດການກຳມະຊີບພາຍໃຕ້ການນຳພາຂອງພັກຄອມມູນິດ, ນຳພາປະຊາຊົນຊາວໂຊວຽດຕ້ານສົງຄາມກາງເມືອງ, ສົງຄາມໂລກຄັ້ງທີ່ 1 ແລະ ແກ້ໄຂບັນຫາຕ່າງໆ ຂອງອຳນາດລັດແບບໃໝ່. ທ່ານ ເລນິນ ໄດ້ສ້າງຕັ້ງສາກົນທີ່ 3 ຂຶ້ນ ໃນວັນທີ່ 2.3.1919 ທີ່ມົດສະກູເພື່ອສືບຕໍ່ພາລະກິດປະຕິວັດຂອງສາກົນທີ່ 1,2 ຢູ່ໃນເງື່ອນໄຂປະຫວັດສາດອັນໃໝ່. 2.3 ຜົນງານການປະດິດແຕ່ງ. ການເສີມຂະຫຍາຍລັດທິມາກຢ່າງປະດິດສ້າງເຂົ້າໃນການປະຕິວັດລັດເຊຍ ແຕ່ປີ 1970-1924 ທັດສະນະປະດິດສ້າງຂອງເພີ່ນທີ່ສະແດງອອກໃຫ້ເຫັນແມ່ນຢູ່ໃນບົດນິພົນຄຄົບຊຸດທຳອິດຢູ່ໃນປື້ມ“ເພື່ອນຂອງປະຊາຊົນແມ່ນຫຍັງ ຈະຕໍ່ສູ້ຕ້ານກັບນັກສົງຄາມປະຊາທິປະໄຕຄືແນວໃດ ?” • ທ່ານເປັນຜູ້ທຳອິດໄດ້ຄົ້ນຄ້ວາຢ່າງເລິກເຊິ່ງກ່ຽວກັບພັນທະພາບແບບປະຕິວັດ ລະຫວ່າງກຳ ມະກອນ ແລະ ຊາວນາ ໃນການລົບລ້າງລະບອບພະເຈົ້າຊາແລ້ວກໍ່ສ້າງລະບອບສັງຄົມນິຍົມຢູ່ໃນປະ ເທດລັດເຊຍ ທ່ານ ເລນິນ ໄດ້ມີຜົນງານໃນການປະດິດແຕ່ງຫລາຍຢ່າງສະແດງອອກຢູ່ໃນບົດນິພົນ ໃຫຍ່-ນ້ອຍ, ບົດຄວາມ ແລະ ປື້ມໃນຫົວຂໍ້ຕ່າງໆ ເປັນຕົ້ນ: “ຢຸດໂທບາຍຂອງພັກສັງຄົມປະຊາທິປະໄຕ ໃນການປະຕິວັດປະຊາທິປະໄຕ” ແລະ ທ່ານໄດ້ຂຽນກ່ຽວກັບບັນຫາທາງດ້ານເສດຖະກິດ-ສັງຄົມ, ວິທະຍາສາດທຳມະຊາດ, ດ້ານທິດສະດີ. 4/ ເງື່ອນໄຂກຳເນີດປັດຊະຍາມາກ-ເລນິນ. ປັດຊະຍາມາກ-ເລນິນ ກຳເນີດຂຶ້ນດ້ວຍຫຼາຍເງື່ອນໄຂ, ກ່ອນອື່ນໝົດແມ່ນຍ້ອນການປ່ຽນແປງຢ່າງເລິກເຊິ່ງທາງດ້ານເສດຖະກິດ, ການເມືອງສັງຄົມ ໃນລະບອບທຶນນິຍົມໂດຍສະເພາະແມ່ນນັບແຕ່ສະຕະວັດທີ່ 19 ເປັນຕົ້ນມາ ຂໍ້ຂັດແຍ້ງໃນແບບວິທີການຜະລິດທຶນນິຍົມນັບມື້ນັບເລິກເຊິ່ງ ແລະ ຂ້ຽວຂາດນັ້ນ ແມ່ນຂໍ້ຂັດແຍ້ງລະຫວ່າງກຳລັງການຜະລິດທີ່ມີລັກສະນະສັງຄົມສູງກັບການພົວພັນການຜະລິດເອກະຊົນ ຕໍ່ກັບພາຫະນະການຜະລິດ, ຂໍ້ຂັດແຍ້ງແບບວິທີການຜະລິດສະແດງອອກໃນສັງຄົມ ກາຍເປັນຂໍ້ຂັດແຍ້ງທາງຊົນຊັ້ນກຳມະກອນກັບຊົນຊັ້ນນາຍທຶນໄດ້ລະເບີດຂຶ້ນຢູ່ປະເທດອັງກິດ, ຝຣັ່ງ ແລະ ເຍຍລະມັນ. ຕົວຢ່າງ: ຂະບວນການຕໍ່ສູ້ຂອງກຳມະກອນເມືອງ ລີອົງ ປະເທດຝຣັ່ງ ໃນປີ 1831-1834 ເພື່ອທ້ວງໃຫ້ເຈົ້າຂອງໂຮງຈັກໂຮງງານ ແລະ ອຳນາດການປົກຄອງຂອງຊົນຊັ້ນນາຍທຶນປັບປຸງເງື່ອນໄຂ ດຳລົງຊີວິດ ແລະ ຮຽກຮ້ອງໃຫ້ສ້າງຕັ້ງສາທາລະນະລັດ. ຢູ່ປະເທດອັງກິດ ກໍ່ມີຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນທີ່ມີເນື້ອໃນທາງດ້ານເສດຖະ ກິດ, ການເມືອງມີຂະບວນກການຮຸກຮືຂຶ້ນຂອງກຳມະກອນຕ່ຳແຜນເມືອງ ຊີເລຊີ ໃນປະເທດເຍຍລະ ມັນປີ 1844 ເຊຶ່ງແມ່ນການຕໍ່ສູ້ຄັ້ງຍິງໃຫຍ່ຂອງຊົນຊັ້ນກຳມະກອນຕ້ານກັບລະບຽບການຕ່າງໆ ຂອງ ຊົນຊັ້ນນາຍທຶນ ແລະ ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ຊົນຊັ້ນກຳມະກອນ, ໃນທີ່ສຸດຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນລ້ວນແຕ່ຖືກປາບປາມດ້ວຍເຄື່ອງມືພະເດັດການຂອງຊົນຊັ້ນນາຍທຶນ, ຕໍ່ໜ້າສະພາບການດັ່ງກ່າວຊົນຊັ້ນກຳມະກອນຈຶ່ງເຂົ້າໃຈວ່າ: ຢາກໃຫ້ການຕໍ່ສູ້ໄດ້ຮັບໄຊຊະ ນະຕ້ອງມີທິດສະດີປະຕິວັດ ແລະ ມີການຈັດຕັ້ງນຳພາອັນຖືກຕ້ອງ, ດ້ວຍເຫດການນັ້ນເຂົາເຈົ້າຈິ່ງຮຽກຮ້ອງໃຫ້ທ່ານ ກາກມາກ, ທ່ານ ຟ ອັງແກນ ເຂົ້າຮ່ວມການຕໍ່ສູ້ ແລະ ໄດ້ຄົ້ນຄ້ວາທິດສະດີ, ສັງເຂບເອົາບົດຮຽນອັນດີຂອງຂະບວນການກຳມະກອນ ແລະ ມວນມະນຸດສະສົມໄວ້ ເພື່ອປະດິດ ສ້າງດິດທິດສະດີວິທະຍາສາດຂອງຕົນຂຶ້ນນັ້ນຄື:ປັດຊະຍາມາກເລນິນແລະລັດທິສັງຄົມວິທະຍາ ສາດ. 4.2 ເງື່ອນໄຂທາງດ້ານວິທະຍາສາດ-ທຳມະຊາດ. ນັບແຕ່ຕົ້ນສະຕະວັດທີ່ 19 ເປັນຕົ້ນມາ ບັນດາຂະແໜ່ງການວິທະຍາສາດທຳມະຊາດໄດ້ຂະ ຫຍາຍຕົວສູງ ແລະ ມີຜົນສຳເລັດໃໝ່ຫລາຍອັນເຊັ່ນ: ການຄົ້ນພົບທິດສະດີກ່ຽວກັບການປະກອບສ້າງ ຂອງຈຸລັງຂອງຮ່າງກາຍທີ່ມີຊີວິດຂອງທ່ານສະໄລແດນ ແລະ ທ່ານຂຸຸອານ: ທິດສະດີກ່ຽວກັບກົດເກນ ແຫ່ງການປ່ຽນຮູບ ແລະ ຮັກສາພະລັງງານຂອງ ທ່ານ ໂລໂມໂນສົບ ( ຄົນລັດເຊຍ ), ທິດສະດີກ່ຽວກັບວິວັດທະນາການຂອງການເຕີບໂຕຂອງບັນດາສິ່ງມີຊີວິດຂອງທ່ານດາກວິນ(ຄົນລັດ ເຊຍ ). ຜົນສຳເລັດດັ່ງກ່າວໄດ້ເປັນການຕີຕ້ານກັບລັດທິຈິດນິຍົມ ແລະ ເປັນບ່ອນອີງອັນໜັກແໜ້ນ ໃຫ້ແກ່ທັດສະນະວັດຖຸນິຍົມຂອງມາກ ໃນການກໍ່ສ້າງປັກຊະຍາມາກ. 4.3 ເງື່ອນໄຂທາງດ້ານທິດສະດີ. ປັດຊະຍາມາກ-ເລນິນ ກຳເນີດຂຶ້ນໃນເງື່ອນໄຂເສດຖະກິດ, ການເມືອງ, ສັງຄົມ, ເງື່ອນໄຂທາງ ດ້ານວິທະຍາສາດທຳມະຊາດ ແລະ ເງື່ອນໄຂທາງດ້ານທິດສະດີຊຶ່ງໄດ້ມີການສືບທອດຢ່າງເລືອກເຟັ້ນ ເອົາບັນດາມູນມໍລະດົກທາງດ້ານທິດສະດີອັນປະເສີດຂອງມວນມະນຸດທີ່ໄດ້ສະສົມໄວ້ໃນອາດີດ,ໂດຍສະເພາະແມ່ນແນວຄິດພື້ນຖານຂອງປັດຊະຍາກະລາຊິກເຍຍລະມັນໃນສະຕະວັດທີ່ 19. ທ່ານ ກາກມາກ ແລະ ທ່ານ ຟ ອັງແກນ ໄດ້ສືບທອດເອົາແນວຄິດອັນປະເສີດຂອງນັກປັດຊະ ຍາກະລາຊິກເຍຍລະມັນ 2 ທ່ານເຊັ່ນ: ສືບທອດເອົາແນວຄິດ “ສັດຈະວິພາກ” ໃນລະບອບປັດຊະຍາຂອງທ່ານເຮແກນໂດຍເອົາ “ແກນສານອັນສົມເຫດສົມຜົນ” ແລະ ປະຖີ້ມເປືອກຫຸ້ມ”ຈິດນິຍົມ”ໃນບັນດາແນວຄິດສັດຈະວິພາກແລ້ວສ້າງເປັນວິທີສັດຈະວິພາກວັດຖຸນິຍົມຂຶ້ນ ແລະ ສືບທອດເອົາ “ລັດທິວັດຖຸນິຍົມ” ຂອງທ່ານເຟີແບັກໂດຍຈະປະຖີ້ມທັດສະນະ “ກົນຈັກ” ກ່ຽວກັບທຳມະຊາດ, ແນວຄິດ “ຈິດນິຍົມ” ກ່ຽວກັບສັງຄົມແລ້ວສ້າງເປັນລັດທິວັດຖຸນິຍົມສັດຈະວິພາກ ແລະ ລັດທິວັດຖຸນິຍົມປະຫວັດວິພາກຂອງ ມາກ-ອັງແກນ ຂຶ້ນນັບແຕ່ຊຸມປີ 40 ຂອງສະຕະວັດທີ່ 19 ເປັນຕົ້ນມາ. ນອກຈາກນີ້ປັດຊະຍາມາກ-ເລນິນ ຍັງມີບັນດາຈຸດພິເສດ ແລະ ບັນດາວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຢ່າງຍາວນານ, ປັດຊະຍາມາກ-ເລນິນ ແມ່ນອາວຸດທາງດ້ານແນວຄິດທິດສະດີຂອງຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງງານໃນ ໂລກ. ເກິດ 13.12.1920 ບ້ານນາແຊງ ເມືອງຄັນທະບູລີ ແຂວງສະຫະຫວັນນະເຂດ ເສຍຊີວິດ 21 ພະຈິກພ. ສ. 2 535 (71 ປີ) ພັກການເມືອງ ພັກປະຊາຊົນປະຕິວັດລາວ ຄູ່ແຕ່ງງານ ນາງທອງວິນ ພົມວິຫານ ສາສະໜາ ສາສະໜາພຸດ ທ່ານໄກສອນ ພົມວິຫານ ຫລື Nguyen Cai Song ເປັນບຸດຂອງນາຍລ້ວນ ຫລືນາຍຫງຽນ ຕີ ລວນ (Nguyen Tri Loan) ຂ້າລັດການແປພາສາທີ່ສຳນັກງານຜູ້ສຳເລັດລັດການຝະຫລັ່ງເສດປະຈຳແຂວງສະຫະຫວັນນະເຂຕ ເປັນຊາວລາວເຊື້ອ-ສາຍວຽດນາມ ກັບນາງດົກ ແມ່ຊາວລາວເກີດທີ່ບ້ານນາແຊງ ເມືອງຄັນທະບຸລີ (ປະຈຸບັນຄືເມືອງໄກສອນ ພົມວິຫານ) ແຂວງສະວັນນະເຂດ ລາວ ມີນ້ອງສາວສອງຄົນ ຄື ນາງສຸວັນນະທອງ ອາໄສຢູ່ໃນປະເທດໄທຍ ແລະນາງກໍງົມນີ ອາໄສຢູ່ໃນສະຫລັດອະເໝລິກາເມື່ອອາຍຸ 7 ປີ ໄດ້ເຂົ້າຮຽນໂຮງຮຽນປະຖົມພາສາລາວທີ່ບ້ານເໜືອ (ປະຈຸບັນຄືບ້ານໄຊຍະພູມ) ຕໍ່ມາເຂົ້າຮຽນໂຮງຮຽນປະຖົມພາສາຝຮັງເສດທີ່ບ້ານໃຕ້ (ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມເມື່ອປີ 1934 ໄດ້ເຂົ້າຮຽນມັດຍົມທີ່ໂຮງຮຽນວິທະຍາໄລໂປເຕັກໃຫຍ່ລາ (Lycedu Protectorat) ກຸງຮານອຍ ປະເທດວຽດນາມ ເມື່ອຮຽນຈົບວິທະຍາໄລໃນປີ 1942 ໄດ້ສອບເຂົ້າຮຽນມະຫາວິທະຍາໄລໃນສາຂາວິຊາແພດຕາມຄຳແນະນຳຂອງພໍ່ ແຕ່ເມື່ອໄດ້ຮຽນ ເນື່ອງຈາກວິຊາດັ່ງກ່າວບໍ່ຖືກກັບບຸຄິກ ແລະຄວາມມັກໃນວິຊາຊີບ ທ່ານຈຶ່ງໄດ້ປ່ຽນມາຮຽນວິຊາກົດຫມາຍແທນ ການຮຽນວິຊາກົດໝາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ກົນໄກການປົກຄອງແບບຫົວເມືອງຂຶ້ນຂອງຝຮັ່ງເສດ ໄດ່ຮຽນຮູ້ກ່ຽວກັບຂະບວນການຕໍ່ສູ້ຂອງນັກຮຽນນັກສຶກສາທີ່ຮັກຊາດຕ້ານລັດທິ ລ່າເມືອງຂຶ້ນ ໃນຊ່ວງນັ້ນ ຂະບວນການວຽດມິນຫະພາຍໃຕ້ການນຳພາຂອງພັກຄອມມິວນິດອິນໂດຈີນ ໂດຍປະທານໂຮຈິມິນ ແລະ ທ່ານໄກສອນໄດ້ສຶກສາເອກະສານສິ່ງພິມທີ່ເປັນສຽງຂອງພັກຄອມມິວນິດອິນໂດຈີນ ລວມທັງເອກະສານອື່ນ ໆ ເຊັ່ນ ເລີ ຕາວາຍ (LeTravail), ຫນັງສືທິດສະດີປະຕິວັດ ຊຶ່ງໃນນັ້ນລວມທັງມະຕິຂອງກອງປະຊຸມສາກົນຄອມມິວນິດຕ໌ປີ 1919 ແລະຫນັງສືອື່ນໆ ກ່ຽວກັບໂຊຫວຽດເງື່ອນໄຂ ແລະສະພາບແວດລ້ອມທີ່ເຕັມໄປດ້ວຍບັນຢາກາດແຫ່ງການຕໍ່ສູ້ຂອງວຽດມິນຫະໄດ້ສົ່ງຜົນກະທົບໂດຍກົງຕໍ່ແນວຄິດ ແລະເສັ້ນທາງຊີວິດຂອງທ່ານ ທ່ານເຄີຍມີຄວາມເຫັນວ່າ "ການເຄື່ອນໄຫວຂອງວຽດນາມ ໄດ້ເຮັດໃຫ້ພວກເຂົາເກີດແນວຄິດຮັກຊາຕິ ແລະຢາກໃຫ້ປະເທດເປັນເອກກະລາດ"ປີ 1944 ທ່ານໄກສອນໄດ້ເຂົ້າເປັນສະມາຊິກຂອງສະມາຄົມໄວໜຸ່ມກູ້ຊາດຫວຽດນາມ ທ່ານໄດ້ຮ່ວມກິດຈະກຳຂອງສະມາຄົມນີ້ຢ່າງຫລາຍມາຍເຮັດໃຫ້ທ່ານໄດ້ຮຽນຮູ້ການເຄື່ອນໄຫວຂອງຫວຽດນາມ ມາເຖິງເວລານີ້ ທ່ານໄກສອນ ພົມວິຫານ ບໍ່ພຽງແຕ່ເປັນນັກຮັກຊາດທີ່ມີສະຕິຕື່ນຕົວແລ້ວເທົ່ານັນ ແຕ່ຫາກຍັງມີແນວຄິດປະຕິວັດອີກດ້ວຍປີ 1945 ສະພາບການຂອງໂລກໄດ້ປັ່ນປ່ວນໄປຢ່າງໄວວາແລະສົ່ງຜົນກະທົບໂດຍກົງຕໍ່ຊະຕາກຳຂອງບັນດາປະຊາຊາດອິນໂດຈີນ ຕົ້ນເດືອນມີນາ 1945 ສູນກາງພັກຄອມມິວນິດອິນໂດຈີນໄດ້ຈັດກອງປະຊຸມຂຶ້ນ ເພື່ອຕະຕຽມເງື່ອນໄຂອັນຈຳເປ້ນໃຫ້ແກ່ການລຸກຮື້ຂຶ້ນຢຶດອຳນາດການປົກຄອງ ເອົາເອກກະລາດແຫ່ງຊາດມາໃຫ້ບັນດາປະເທດໃນອິນໂດຈີນວັນທີ່ 9 ພືດສະພາ1945 ກອງທັບແດງໂຊຫວຽດໄດ້ຮັບໄຊຊະນະກອງທັບຟາດຊິດເຍຍລະມັນເຮັດໃຫ້ເປັນໂອກາດອັນອຳນວຍສຳລັບການລຸກຮື້ຂຶ້ນຢຶດອຳນາດໄດ້ເກີດຂຶ້ນສຳລັບປະຊາຊົນໃນແຫຼມອິນໂດຈີນ ປະທ່ານໄກສອນຊຶ່ງກໍມາເຖິງສະຫວັນນະເຂດ ບໍ່ຈັກມື້ກໍໄດ້ເຄື່ອນໄຫວຄົ້ນຫານັກຮັກຊາດໃນຂະບວນການລາວອິດສະຫຼະທັງດຳເນີນການປຸກລະດົມ ແລະຈັດຕັ້ງຊາວໜຸ່ມລາວ ແລະ ຫວຽດນາມຕ່າງດ້າວເຂົ້າຮ່ວມໃນຂະບວນການຕໍ່ສູ້ຢຶດອຳນາດທີ່ສະຫວັນນະເຂດ ຕາມບົດຂຽນຂອງທ່ານ ສີຊະນະ ສີສານ ຊຶ່ງເປ້ນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມໃນຂະບວນນັ້ນໃຫ້ຮູ້ວ່າ "ໃນຂະນະນັ້ນ ສະຫາຍ ໄກສອນ ພ້ອມດ້ວຍຄະນະຜູ້ແທນຊາວສະຫວັນນະເຂດ ໄດ້ໄປຫາພວກຍີ່ປຸ່ນ ແລະ ທວງໃຫ້ຍີ່ປຸ່ນມອບອຳນາດໃຫ້ແກ່ຊາວລາວ ໃນທີ່ສຸດໃນວັນທີ່ 31 ສິງຫາ 1945 ພວກຍີ່ປຸ່ນກໍໄດ້ຍອມມອບປືນ 120 ກະບອກ ພ້ອມລູກປືນຫລາຍຫີບໃຫ້ແກ່ຊາວສະຫວັນນະເຂດກອງກຳລັງປະກອບອາວຸດປະຊາຊົນໄດ້ຮັບການຈັດຕັ້ງຂຶ້ນໃນທັນທີ ແລະ ພ້ອມກັນນັ້ນປະທານ ໄກສອນ ແລະ ຜູ້ຂຽນ (ທ່ານ ສີຊະນະເອງ) ກໍໄດ້ພາກັນອອກໄປເຮືອນບອກໃຫ້ບັນດາກຳລັງປະກອບອາວຸດ "ລາວອິດສະຫຼະ" ເຂົ້າມາສະຫວັນນະເຂດເພື່ອສົມທົບກັບກຳລັງປະກອບອາວຸດປະຊາຊົນທີ່ໄດ້ຈັດຕັ້ງໄວ້ກ່ອນແລ້ວໃຫ້ເປັນກຳລັງປະກອບອາວຸດອັນດຽວກັນ ພາຍຫລັງທີ່ການຢຶດອຳນາດຮຽບຮ້ອຍແລ້ວ ທ່ານ ໄກສອນ ພົມວິຫານ ກໍໄດ້ຮັບຜິດຊອບແຜນົກແຖລົງຂ່າວຂອງແຂວງ" ວັນທີ່ 9 ກັນຍາ 1945 ພວກທະຫານຝຮັ່ງເສດໄດ້ເປີດບັ້ນບຸກໂຈມຕີເຂົ້າຕົວເມືອງສະຫວັນນະເຂດ ພວກເຂົາໄດ້ຖືກຕອບໂຕ້ຄືນຢ່າງແຂງແຮງຈາກກຳລັງປະກອບອາວຸດປະຊາຊົນ ຕົ້ນເດືອນຕຸລາ 1945 ທ່ານໄດ້ເປັນເຈົ້າການເຄື່ອນໄຫວປຸກລະດົມ ແລະ ຈັດຕັ້ງມວນຊົນຊາວສະຫວັນນະເຂດເກືອບ 2,000 ຄົນເຂົ້າຮ່ວມໃນພິທີຕ້ອນຮັບສະເດັດເຈົ້າສຸພານຸວົງທີ່ໄດ້ເດິນທາງມາຈາກປະເທດວຽດນາມ ຜ່ານສະຫວັນນະເຂດ ເພື່ອໄປເຂົ້າຮ່ວມໃນຄະນະລັດຖະບານລາວອິດສະຫຼະທີ່ວຽງຈັນ ເຖິງເດືອນທັນວາ 1945 ທ່ານໄດ້ອອກເດິນທາງຈາກສະຫຫວັນນະເຂດໄປຮາໂນ້ຍເພື່ອລວບລວມຊາວລາວທີ່ອາໄສຢູ່ຫວຽດນາມເຂົ້າຮ່ວມການຕໍ່ສູ້ ເວລາຢູ່ຮາໂນ້ຍທ່ານໄດ້ເຂົ້າເຮັດວຽກທີ່ວິດຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮັດຫນ້າທີ່ຂຽນບົດຂ່າວໂຄສະນາ ຂຽນບົດວິຈານແປຂ່າວ ຈາກພາສາຫວຽດນາມ ແລະ ພາສາຝຮັ່ງເສດມາເປັນພາສາລາວ ບາງເທື່ອທ່ານຍັງເປົ່າແຄ້ນ ທາງວິທະຍຸກະຈາຍສຽງອີກ ໃນລະຫວ່າງເດືອນມີນາຄົມເຖິງເດືອນທັນວາ 1946 ປະທານໄກສອນ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ລາວ-ຫວຽດນາມທີ່ຮານໂນ້ຍອົງການນີ້ເປັນອົງການລວບລວມຄົນລາວທີ່ຢູ່ຮາໂນ້ຍ ແລະແຂວງຕ່າງ ໆ ຂອງຫວຽດນາມ ເພື່ອຈັດຕັ້ງອົງການກູ້ຊາດຂອງຄົນລາວທີ່ຢູ່ໃນຫວຽດນາມຫລືທີ່ອົບປະຍົບໄປຫວຽດນາມ ປະທານໄກສອນ ໃນຍຸກຕໍ່ສູ້ກັບພວກຈັກກະພັດນິຍົມລ່າເມືອງຂຶ້ນທັງເກົ່າແລະ ໃໝ່ຮ່ວມກັບຜູ້ນຳທ່ານອື່ນ ໆ ໄດ້ແກ່ປະທານສຸພານຸວງ ປະທານໜູຮັກ ພູມສະຫວັນ ປະທານຄຳໝາກ ສີພັນດອນ ປະທານໄກສອນເປັນຜູ້ນຳໃນການຕໍ່ສູ້ທາງການທະຫານເຂົ້າມາໃນພາລະກິດປົດ-ປ່ອຍຊາຕິ ໂດຍໃຊ້ຍຸດທະວິທິ "ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ" ສ້າງຕັ້ງພັກປະຊາຊົນລາວ ໂດຍທ່ານເປັນເລຂາທິການໃຫຍ່ພັກຄົນແຮກໂດຍໃນຊ່ວງນັ້ນພັກດຳເນີນງານຢ່າງປິດລັບ ໂດຍແນວລາວຮັກຊາດເປັນຕົວແທນໃຫ້ກັບພັກຈົນສາມາດປົດ-ປ່ອຍປະເທດຊາດໄດ້ຢ່າງສົມບູນຈົນປະກາດສະຖາປະນາ ສາທາລະນະລັດປະຊາທິບປະໃຕປະຊາຊົນລາວເມື່ອ ພ. ສ. 2518 ພັກຈຶ່ງດຳເນີນງານຢ່າງເປີດເຜີຍ ທ່ານດຳລົງຕຳແໜ່ງນີ້ຈົນເຖິງແກ່ມໍລະນາກຳເມື່ອ ປີ: ພ. ສ. 2535 ປະທານ ໄກສອນ ພົມວິຫານ ເຄີຍເດິນທາງມາເຍືອນປະເທດໄທຢ່າງເປັນທາງການໃນຖານະແຂກຂອງລັດຖະບານ ແລະພະລາດອາຄັນຂອງພະບາດສົມເດັດພະເຈົ້າຢູ່ຫົວ ແລະກາບບັງຄົມທູນເຊີນພະບາດສົມເດັດພະເຈົ້າຢູ່ຫົວ ແລະສົມເດັດພະນາງເຈົ້າ ຯ ພະບະຫນົມລາຊິນີນາ ສະເດັດພະລາດດຳເນີນຊົງເປີດສະພານມິດພາບໄທ-ລາວ ແຫ່ງແຮກ ທີ່ແຂວງໜອງຄາຍ ແລະສະເດັດພະລາດດຳເນີນເຍືອນ ສະປົດ ລາວ ດ້ວຍ ແຕ່ວ່າທ່ານເຖິງແກ່ອະສັນກຳເສຍກ່ອນທ່ານ ໜູຮັກ ພູມສະຫັນ ປະທານປະເທດຄົນຕໍ່ມາຈຶ່ງໄດ້ຮ່ວມພິທີເປີດສະພານມິດພາບແທນ ພ. ສ. 2553 ເປັນປີທີ່ປະທານ ໄກສອນ ພົມວິຫານ ມີອາຍຸຄົບ 90 ປີ ພັກແລະລັດຖະບານລາວ ໄດ້ຈັດງານສະເຫລິມສະຫລອງ ໂດຍສະເພາະຄອບຄົວພົມວິຫານ ນຳໂດຍ ທ່ານນາງ ທອງວິນ ພົມວິຫານ ເມຍ ໄດ້ຈັດພິທີອຸທິດສ່ວນກຸສົນ ທີ່ເຮືອນຂອງທ່ານ ໃນວັນທີ່ 9 - 10 ທັນວາ ພ. ສ. 2553 ມີການສວດພະປິດມົງຄົນ ຕອນເຊົ້າຖວາຍສັງຄະທານແດ່ພະສົງ 9 ລູບ ສ່ວນງານທີ່ເປັນລັດພິທີ ຈັດຂຶ້ນໃນວັນທີ່ 12 ທັນວາ • ປະຈຸບັນທ່ານໄດ້ປະດິດຖານໄວ້ຮ່ວມກັບແກນນຳໃນອະດີດທ່ານອື່ນ ໆສຸສານແຫ່ງຊາດ ຫລັກ 24 ເມືອງໄຊທານີ ນະຄອນຫລວງວຽງຈັນ

1 ความคิดเห็น: